ການສ້າງຕັ້ງວິສາຫະກິດທີ່ລາວ

ນັກລົງທຶນຕ່າງປະເທດ ເມື່ອໄດ້ເຂົ້າມາລົງທຶນຢູ່ຕ່າງແດນຈະພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ້ນ: ຄວາມແຕກຕ່າງທາງວັດທະນະທຳ, ພາສາ, ຄວາມເຂົ້າໃຈໃນຕະຫຼາດທ້ອງຖິ່ນ, ນະໂຍບາຍທາງດ້ານກົດໝາຍ. ຂໍເສຍເຫຼົ້ານີ້ອາດຈະເຮັດໃຫ້ນັກນັກລົງທຶນ ບໍ່ສາມາດແຂ່ງຂັນແບບເທົ່າທຽມກັບບັນດາວິສາຫະກິດໃນທ້ອງຖິ່ນ.

GLAW LAOS  ມີຈຸດປະສົງເພື່ອສະໜອງການບໍລິການຢ່າງສົມບູນ ເພື່ອຊ່ວຍໃຫ້ນັກລົງທຶນຕ່າງປະເທດເຂົ້າຮ່ວມການແຂ່ງຂັນດຳເນີນທຸລະກິດ ແລະ ຫຼຸດຜ່ອນຄວາມສ່ຽງ.

GLAW LAOS  ໃຫ້ບໍລິການແກ່ນັກລົງທຶນຕ່າງປະເທດທີ່ເຂົ້າມາລົງທຶນໃນລາວ ແລະ ບໍລິສັດພາຍໃນທີ່ໄດ້ຮັບການຮ່ວມມືລົງທຶນຈາກນັກລົງທຶນຕ່າງປະເທດ. ລວມທັງແຕ່ບໍ່ຈຳກັດ:

ພວກເຮົາສະຫນອງແຕ່ບໍ່ຈໍາກັດການບໍລິການ

ການວິເຄາະຕະຫຼາດໃນລາວແມ່ນຖືວ່າເປັນຂັ້ນຕອນທຳອິດໃນຂະບວນການລົງທຶນ. ພວກເຮົາສາມາດສະໜອງເອກະສານ ແລະ ຕົວເລກຢ່າງຄົບຊຸດລວມມີ: ຜົນການສຳຫຼວດຕະຫຼາດໃນລາວ; ການວິເຄາະຜູ້ສະໜອງຜະລິດຕະພັນໃນລາວ; ຊອກຫາຈຸດພິເສດຂອງຜະລິດຕະພັນໃນລາວ; ຈຸດພິເສດເປົ້າໝາຍລູກຄ້າ, ສຳຫຼວດຄວາມຊິນເຄີຍ, ພຶດຕິກຳ ແລະ ທັດສະນະຄະຕິຂອງຜູ້ບໍລິໂພກທ້ອງຖິ່ນ; ສະໜອງຂໍ້ມູນທີ່ກ່ຽວຂ້ອງກັບຜະລິດຕະພັນ ແລະ ຄູ່ແຂ່ງໃນລາວ. ອີງໃສເອກະສານ ແລະ ຂໍ້ມູນຊຸດນີ້ ນັກລົງທຶນຈະງ່າຍໃນການຕັດສິນໃຈລົງທຶນ ກໍຄືສ້າງແຜນການຈັດຕັ້ງປະຕິບັດກິດຈະການລົງທຶນໃນລາວ.

ພວກເຮົາຊ່ວຍເຫຼືອລູກຄ້າຕ່າງປະເທດໃນການສ້າງຕັ້ງ ແລະ ເປີດກວ້າງການເຄື່ອນໄຫວທຸລະກິດຢູ່ສປປ ລາວ ໂດຍຜ່ານການສ້າງຕັ້ງວິສາຫະກິດທີ່ເປັນການລົງທຶນຈາກຕ່າງປະເທດ. ບັນດາວິສາຫະກິດເຫຼົ່ານີ້ສາມາດມີຮູບແບບທາງດ້ານກົດໝາຍແຕກຕ່າງກັນ ຂຶ້ນກັບຄວາມຕ້ອງການຂອງລູກຄ້າ ເຊັ່ນ: ການລົງທຶນຮ່ວມ, ການຊື້ຮຸ້ນ ຫຼື ປະກອບທຶນ, ດຳເນີນທຸລະກິດຮ່ວມຕາມສັນຍາ, ວິສາຫະກິດທີ່ຕ່າງປະເທດເປັນເຈົ້າຂອງ 100% ຫຼື ຫ້ອງການຕາງໜ້າປະຈຳລາວ.

ນອກຈາກ ບັນດາການບໍລິການທີ່ກ່ຽວຂ້ອງກັບການສ້າງຕັ້ງຂອງນິຕິບຸກຄົນປະກອບມີ: ພວກເຮົາໃຫ້ຄໍາແນະນຳກ່ຽວກັບບ່ອນທີ່ເປັນທີ່ຕັ້ງຂອງບໍລິສັດຢູ່ໃສ່ ເພື່ອປະຫຍັດຄ່າໃຊ້ຈ່າຍ ແລະ ມີປະສິດທິພາບ; ການສ້າງເຄື່ອງມາຍການຄ້າ; ການຈົດທະບຽນສິດຕໍ່ຊັບສິນທາງປັນຍາ; ໃຫ້ຄຳປຶກສາກ່ຽວກັບພາສີ-ອາກອນ, ການບັນຊີ ແລະ ການເງິນ.

ພວກເຮົາຍັງໄດ້ຊ່ວຍເຫຼືອບໍລິສັດເອກະຊົນຫຼາຍແຫ່ງໃນລາວ ໃນການດຶງດູດນັກລົງທຶນຈາກຕ່າງປະເທດ ແລະ ຮ່ວມມືກັບຄູ່ຮ່ວມມືຕ່າງປະເທດໃນການຄຸ້ມຄອງບໍລິສັດ.

  • ຂັ້ນຕອນໃນການຂໍໃບອະນຸຍາດລົງທຶນການລົງທຶນຂອງນັກລົງທຶນຕ່າງປະເທດຢູ່ລາວ;

  • ຂັ້ນຕອນໃນການຂໍໃບອະນຸຍາດໂຄງການ/ໃບທະບຽນບໍລິສັດ/ໃບອະນຸຍາດດຳເນີນທຸລະກິດໃນບັນດາກິດຈະການທີ່ມີເງື່ອນໄຂ;

  • ຂັ້ນຕອນໃນການຂໍໃບອະນຸຍາດຂຸດຄົ້ນບໍແຮ່ ແລະ ບໍຖ່ານຫີນໃນລາວ;

  • ຂັ້ນຕອນໃນການຂໍໃບອະນຸຍາດນຳເຂົ້າ-ສົ່ງອອກ, ການຂາຍສົ່ງ-ຂາຍຍ່ອຍ ສິນຄ້າໃນລາວ;

  • ສຳເລັດຂັ້ນຕອນການຈົດທະບຽນພາຍຫຼັງການສ້າງຕັ້ງ ບໍລິສັດ;

  • ການປ່ຽນແປງອະນຸຍາດການລົງທຶນ (ປ່ຽນຊື່, ປ່ຽນສະຖານທີຈັດຕັ້ງປະຕິບັດໂຄງການ, ເພີ່ມເຕີມກິດຈະການ, ເພີ່ມ ຫຼື ຫຼຸດທຶນ) ຢູ່ລາວ;

  • ຕໍ່ກຳນົດເວລາໂຄງການຢູ່ລາວ;

  • ໃຫ້ຄຳປຶກສາການຂຶ້ນທະບຽນການປົກປ້ອງເຄື່ອງໝາຍການຄ້າ, ລິຂະສິດ, ຊັບສິນອຸດສາຫະກຳໃນລາວ;

  • ຂໍວິຊາ, ບັດທີ່ຢູ່ອາໄສ, ໃບອະນຸຍາດເຮັດວຽກສຳລັບຄົນຕ່າງປະເທດ.

ພວກເຮົາເຄື່ອນໄຫວບົນພື້ນຖານຄວາມຕໍ່ເນື່ອງ, ໄລຍະຍາວໂດຍການເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ລູກຄ້າກ່ຽວກັບບັນຫາທາງດ້ານກົດໝາຍໃນວິສາຫະກິດຂອງພວກເຂົາ. ພວກເຮົາໃຫ້ບໍລິການທາງດ້ານກົດໝາຍປະຈຳວັນຕໍ່ກັບກິດຈະການຂອງລູກຄ້າ ແລະ ພວກເຮົາຄົ້ນຄວ້າເນື້ອໃນກົດໝາຍໃໝ່ທີ່ກ່ຽວຂ້ອງກັບທຸລະກິດ ແລະ ກິດຈະການຂອງລູກຄ້າ ພວກເຮົາຊ່ວຍເຫຼືອລູກຄ້າ ໃນການປະຕິບັດພັນທະພາສີ-ອາກອນ, ເງິນຕາ, ແຮງງານ, ສິ່ງແວດລ້ອມ. ວຽກນີ້ຈະຊາວຍໃຫ້ລູກຄ້າຈຳກັດຄວາມສ່ຽງທາງດ້ານກົດໝາຍ ແລະ ປະຫຍັດຄ່າໃຊ້ຈ່າຍ.

ການຊື້-ຂາຍສິນຄ້າ ຫຼື ການໃຫ້ບໍລິການນອກນອກປະເທດ ປົກກະຕິແລ້ວແມ່ນອຸປະສັກອັນໃຫຍ່ທີ່ສຸດໃນການຄົ້ນຫາ ແລະ ເຂົ້າເຖິ່ງຄູ່ຮ່ວມມືທີ່ດີຢູ່ຕ່າງປະເທດ.

ບໍລິສັດ GLAW LAOS  ດ້ວຍຈຸດເດັ່ນຈາກການທີ່ມີບໍລິສັດ ແລະ ຫ້ອງການຕາງໜ້າຢູ່ຫຼາຍປະເທດ, ພວກເຮົາມີເງື່ອນໄຂໃນການຕິດຕໍ່ພົວພັນກັບບຸກຄົນ ແລະ ທຸລະກິດຫຼາຍດ້ານ. ຈາກນັ້ນຈຶ່ງສາມາດສ້າງເຄືອຂ່າຍເພື່ອຕອບສະໜອງຄວາມຕ້ອງການໃນຫຼາຍປະເທດ.

ການບໍລິການຂອງພວກເຮົາປະກອບມີ:

  • ຄົ້ນຫາ ແລະ ສະໜອງຂໍ້ມູນທີ່ຈຳເປັນກ່ຽວກັບຄູ່ຮ່ວມງານ;

  • ຄົ້ນຫາ, ແນະນຳການສະໜອງ ຫຼື ຄວາມຕ້ອງການສຳລັບສິນຄ້າ ແລະ ການບໍລິການຕາມການສະເໜີຂອງລູກຄ້າ;

  • ດຳເນີນການແນະນຳສິນຄ້າ ແລະ ການບໍລິການຕາມການສະເໜີຂອງລູກຄ້າ;

  • ຈັດແຈງໃຫ້ນາຍໜ້າໄດ້ພົບປະຕິດຕໍ່ພົວພັນ ແລະ ຊ່ວຍເຫຼືອແຕ່ລະຝ່າຍໃນການສ້າງສາຍພົວພັນທາງການຄ້າ ແລະ ເຊັນສັນຍາຊື້-ຂາຍ..