ການຮ່ວມມືດ້ານການລົງທືນໂຄງການສຳປະທານ
ຢູ່ລາວ ໂຄງການສຳປະທານແມ່ນໂຄງການລົງທຶນທີ່ນັກລົງທຶນໄດ້ຮັບອະນຸຍາດຕາມລະບຽບການເພື່ອພັດທະນາ ແລະ ການດຳເນີນທຸລະກິດ ເປັນຕົ້ນແມ່ນການສຳປະທານທີ່ດິນ, ພັດທະນາບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການຂຸດຄົ້ນບໍ່ແຮ່, ພັດທະນາພະລັງງານໄຟຟ້າ, ສາຍການບິນ ແລະ ໂທລະຄົມມະນາຄົມ.
GLAW LAOS ເປັນຫົວໜ່ວຍກຳລັງຮ່ວມທຸລະກິດ ໃນບັນດາໂຄງການສໍາປະທານ ກັບບັນດານັກລົງທຶນທີ່ມີທ່າແຮງທັງພາຍໃນ ແລະ ຕ່າງປະເທດ; ເຊິ່ງລວມມີໂຄງການທີ່ມີຂະໜາດແຕ່ລ້ານຫາຮ້ອຍລ້ານ (ໂດລາ) ທີ່ກໍາລັງດໍາເນີນທຸລະກິດໃນປະຈຸບັນ ແລະ ບາງໂຄງການແມ່ນກຳລັງເຊື້ອເຊີນບັນດານັກລົງທຶນເຂົ້າຮ່ວມດຳເນີນທຸລະກິດ.
ບັນດາໂຄງການສໍາປະທານທີ່ມີຢູ່ລາວປະກອບມີ:
-
ບັນດາໂຄງການສໍາຫຼວດ, ບໍ່ແຮ່;
-
ພັນດາໂຄງການພັດທະນາພະລັງງານໄຟຟ້າ;
-
ໂຄງການກະສິກຳສຳປະທານທີ່ດິນ.
