ກ່ຽວກັບ GLAW LAOS

ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈມາຍັງລູກຄ້າ, ຄູ່ຮ່ວມທຸລະກິດທີ່ໄດ້ໃຫ້ການໄວ້ວາງໃຈ ແລະ ສະໜັບສະໜູນພວກເຮົາ. ດ້ວຍຄວາມຮ່ວມມືອັນລ້ຳຄ່າຂອງລູກຄ້າ ແລະ ຄູ່ຮ່ວມທຸລະກິດ, GLAW LAOS ໄດ້ຮັບການຜັກດັນ ແລະ ແຮງຈູງໃຈທີ່ຈະກາຍເປັນໜື່ງໃນໃຫ້ຜູ້ບໍລິການທີ່ປຶກສາທີ່ມີຊື່ສຽງທີ່ສຸດແກ່ບຸກຄົນ ແລະ ນິຕິບຸກຄົນ, ຫົວໜ່ວຍທຸລະກິດໃນສປປ ລາວ.

GLAW LAOS ແມ່ນອົງການຈັດຕັ້ງ, ໂດຍການເຕົ້າໂຮມເອົາບັນດາຜູ້ຊ່ຽວຊານທີ່ມີປະສົບການ, ຜູ້ຊ່ຽວຊານທີ່ມີລະດັບການສຶກສາສູງ, ຜູ້ຊ່ຽວຊານທີ່ເຄີຍເຮັດວຽກຢູ່ບັນດາອົງການຂອງລັດ, ບັນດາຜູ້ຊ່ຽວຊານທີ່ມີອາຍຸໜຸ່ມນ້ອຍພ້ອມຄວາມຮູ້ຄວາມສາມາດ – ຄວາມຄິດສ້າງສັນ – ກະຕືລືລົ້ນ. ຄຽງຄູ່ກັນນັ້ນແມ່ນເຄື່ອຂ່າຍທີ່ມີຄວາມເຂັ້ມແຂງທາງດ້ານສາຍພົວພັນກັບຄູ່ຮ່ວມມືຍຸດທະສາດ, ພູມໃຈທີ່ສາມາດໃຫ້ບໍລິການລູກຄ້າທີ່ດີທີ່ສຸດ ແລະ ຄົບຖ້ວນສົມບູນ. ການບໍລິການຂອງ GLAW LAOS ສຸ່ມໃສ່ການໃຫ້ຄຳປຶກສາດ້ານການລົງທຶນ, ການຄົ້ນຄ້ວາ, ຍຸດທະສາດທຸລະກິດ, ການໃຫ້ຄຳປຶກສາດ້ານພາສີແລະການເງີນ, ນາຍໜ້າການຄ້າ, ນັກລົງທຶນຕ່າງປະເທດກັບໂຄງການຍຸດທະສາດຂອງລັດຖະບານໃນລາວ, ການແກ້ໄຂຂໍ້ຂັດແຍ່ງ ແລະ ເຂົ້າຮ່ວມໃນການດຳເນີນຄະດີຢູ່ຂັ້ນສານ, ສູນແກ້ໄຂຂໍ້ຂັດແຍ່ງ. ນອກຈາກນັ້ນພວກເຮົາຍັງໄດ້ສະເໜີຈຸດປະສົງເພື່ອຂະຫຍາຍການບໍລິການດ້ວຍຊັບພະຍາກອນຂອງພວກເຮົາເອງ ແລະ ຊັບພະຍາກອນຄູ່ຮ່ວມງານຍຸດທະສາດເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

GLAW LAOS ມີຄວາມພາກພູມໃຈທີ່ໄດ້ເປັນບໍລິສັດທີ່ ໃຫ້ບໍລິການສາຍດ່ວນປຶກສາທາງດ້ານກົດໝາຍໂດຍກົງ ແລະ ນຳໃຊ້ລະບົບເນັກໂນໂລຊີ ໃນຂັ້ນຕອນໃຫ້ບໍລິການກັບລູກຄ້າ, ເພື່ອນຳມາເຊິ່ງໝາກຜົນ ແລະ ປະຢັດຄ່າໃຊ້ຈ່າຍໃຫ້ກັບລູກຄ້າ. ນັບແຕ່ໄດ້ດຳເນີນເຄື່ອນໄຫວທຸລະກິດ GLAW LAOS ກໍ່ໄດ້ສ້າງສາຍພົວພັນກັບບັນດາໂຄງການຍຸດທະສາດ, ມີປະສິດທິຜົນຂອງລັດຖະບານກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ບັນດານັກລົງທຶນສາມາດເຂົ້າຮ່ວມລົງທຶນໃນສປປ ລາວ.

ເປົ້າໝາຍຂອງ ບໍລິສັດ GLAW LAOSແມ່ນສະເໜີຄວາມສຳເລັດແລະຄວາມຈະເລີນຮຸ່ງເຮືອງຂອງລູກຄ້າ, ຄູ່ຮ່ວມງານຂອງພວກເຮົາ. ພວກເຮົາຫວັງວ່າຈະມີໂອກາດທີ່ຈະສ້າງການຮ່ວມມືໃນໄລຍະຍາວກັບລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ.

 

ປະຫວັດການພັດທະນາ

GLAW LAOS ແມ່ນບໍລິສັດໃນເຄືອຂອງ GLAW GROUP. GLAW GROUP ມີສຳນັກງານຕັ້ງຢູ່ຫວຽດນາມ ແລະ ປະຈຸບັນໄດ້ມີຫ້ອງການຜູ້ຕາງໜ້າ ເຄື່ອນໄຫວຢູ່ບັນດາປະເທດເຊັ່ນ: ຍີປຸ່ນ, ອົສຕາລີ ແລະ ໄຕ້ຫວັນ.

  • ເດືອນ 12/2016 ເຊັນບົດບັນທຶກຮ່ວມມື, ເຄື່ອນໄຫວຕາມພາລະບົດບາດເປັນຫ້ອງການບໍລິການໃຫ້ຄຳປຶກສາຂອງ GLAW GROUP ປະຈຳລາວ.

  • ປີ 2019: ສ້າງຕັ້ງບໍລິສັດກົດໝາຍ GLAW LAOS.

  • ປີ 2021: ສ້າງຕັ້ງບໍລິສັດແປພາສາ ທີ່ຂຶ້ນກັບ GLAW LAOS.

ວິໄສທັດ

GLAW LAOSຈະກາຍເປັນບໍລິສັດກົດໝາຍຊັ້ນນໍຳ ທີ່ມີຊື່ສຽງແຖວໜ້າຂອງປະເທດລາວ ແລະ ໃນພາກພື້ນ.

ພາລະກິດ

●ເປັນຜູ້ສະໜັບສະໝູນທາງດ້ານກົດໝາຍທີ່ເຊື່ອຖືໄດ້ຢູ່ເບື້ອງຫຼັງຄວາມສຳເລັດຂອງລູກຄ້າ

● ນຳເອົນຄຸນຄ່າທາງດ້ານວິຊາຊີບ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ພະນັກງານ

●ຄຽງຄູ່ກັບການພັດທະນາຂອງສັງຄົມ

ຄຸນຄ່າຫຼັກ

● ຄວາມສຳເລັດ: ລູກຄ້າໄວ້ວາງໃຈພວກເຮົາ – ພວກເຮົາເປັນລູກຄ້າເຕັມທີ່

ຊື່ສຽງ:  ພວກເຮົາສ້າງຄວາມໄວ້ວາງໃຈໃຫ້ກັບລູກຄ້າ – ຄວາມໄວ້ວາງໃຈຂອງລູກຄ້າແມ່ນຊື່ສຽງຂອງພວກເຮົາ

● ແບບມືອາຊີບ: ແບບການເຮັດວຽກແບບມືອາຊີບແມ່ນພື້ນຖານໃນການສ້າງການບໍລິການແບບມືອາຊີບ

● ແບ່ງປັນ: ກຸ່ມບໍລິສັດມີຈຸດປະສົງເພື່ອນໍາເອົາຄຸນຄ່າທີ່ດີທີ່ສຸດມາສູ່ຊຸມຊົນ ແລະແຕ່ລະບຸກຄົນ GLaw