ທ່ານ ພິມພອນ ສຸທິວົງ

ຜູ້ບບໍລິຫານທະນາຍຄວາມ

ໃຫ້ຄຳປຶກສາດ້ານພາສາ: ພາສາຫວຽດ, ພາສາໄທ, ພາສາລາວ.

  • ປີ 2006-2011 ສຳເລັດການສຶກສາລະດັບປະລິນຍາຕີ ສາຂາວິຊາກົດໝາຍແພ່ງ, ທີ່ມະຫາວິທະຍາໄລກົດໝາຍພາກເໜືອ ສປປ ລາວ.

  • ປີ 2014-2016 ສຳເລັດການສຶກສາລະດັບປະລີນຍາໂທ ສາຂາວິຊາກົດໝາຍເສດຖະກິດ, ທີ່ມະຫາວິທະຍາໄລ ເສດຖະກິດ-ກົດໝາຍ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ, ສສ ຫວຽດນາມ.

ທ່ານໄດ້ເຂົ້າເປັນທະນາຍຄວາມແຕ່ປີ 2019. ທ່ານໄດ້ເປັນທີ່ປຶກສາໃຫ້ບັນດາໂຄງການໃຫຍ່ຂອງນັກລົງທຶນຫວຽດນາມ ແລະ ຈີນ ທີ່ເຂົ້າມາລົງທຶນຢູ່ລາວ ໃນຂົງເຂດພະລັງງານ, ບໍ່ແຮ່, ກໍ່ສ້າງຕ່າງໆ. ທ່ານໄດ້ເປັນຫົວໜ້າພະແນກກົດໝາຍຢູ່ທະນາຄານນະໂຍບາຍລາວ, ທະນາຄານລາວ-ຫວຽດ.

ທ່ານບໍ່ພຽງແຕ່ມີຄວາມຮູ້ທາງດ້ານກົດໝາຍຢ່າງເລິກເຊິ່ງເທົ່ານັ້ນແຕ່ຍັງຖືວ່າເປັນຜູ້ບຸກເບີກ, ວາງພື້ນຖານການເຄື່ອນໄຫວ ໃຫ້ຄຳປຶກສາດ້ານກົດໝາຍອອນໄລໃນລາວ.

  • ໃຫ້ຄຳປຶກສາດ້ານການລົງທຶນຢູ່ຫວຽດນາມ.

  • ໃຫ້ຄຳປຶກສາດ້ານການລົງທຶນທີ່ລາວ.

  • ໃຫ້ຄຳປຶກສາທາງດ້ານກົດໝາຍ ສຳລັບທຸລະກິດທີ່ດຳເນີນໃນຂົງເຂດກະສິກຳ, ແຮ່ທາດ ແລະ ພະລັງງານ.

  • ໃຫ້ຄຳປຶກສາທາງດ້ານກົດໝາຍສຳລັບຂະແໜ່ງທະນາຄານ