ໃຫ້ຄຳປຶກສາດ້ານເງິນກູ້ທະນາຄານຢູ່ລາວ
ການກູ້ຢືມເງິນຢູ່ບັນດາທະນາຄານ ແມ່ນໜຶ່ງໃນຄວາມຕ້ອງການອັນດັບຕົ້ນຂອງບັນດາວິສາຫະກິດ, ອົງກອນ ແລະ ບຸກຄົນ. ໂດຍສະເພາະ, ສຳລັບນັກລົງທຶນທີ່ເຂົ້າມາລົງທຶນໃນ ສປປ ລາວ ທຶນຂອງທະນາຄານຈະປະກອສ່ວນເຂົ້າໃນການແກ້ໄຂພາລະທາງການເງິນຫຼາຍດ້ານ ໃນໄລຍະເບື່ອງຕົ້ນ ເມື່ອເລີ່ມທຸລະກິດໃນລາວ.
GLAW LAOS ກັບເຄືອຂ່າຍຄູ່ຮ່ວມມືຍຸດທະສາດ ແລະ ສາຍພົວພັນອັນກວ້າງຂວາງກັບບັນດາທະນາຄານໃຫຍ່ ທີ່ກຳລັງດຳເນີນກິດຈະການຢູ່ລາວ. ພວກເຮົາສາມາດໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອວິສາຫະກິດ, ນັກລົງທຶນໃນການສ້າງແຜນ, ແຜນການການກູ້ຢືມຢູ່ທະນາຄານທີ່ກຳລັງດຳເດີນທຸລະກິດ, ດັ່ງນີ້:
-
ໃຫ້ຄຳປຶກສາແກ່ລູກຄ້າກ່ຽວກັບຂັ້ນຕອນການກູ້ຢືມ, ເງື່ອນໄຂ, ແຫຼ່ງຊຳລະໜີ້, ອັດຕາດອກເບ້ຍ…
-
ການສ້າງແຜນການກູ້ຢືມໃຫ້ແກ່ລູກຄ້າ.
-
ກະກຽມໂຄງການການລົງທຶນ ແລະ ແຜນທຸລະກິດທີ່ມີຄວາມເປັນໄປໄດ້ໃນການກູ້ຢືມ.
-
ກະກຽມເອກະສານ ແລະ ແບບຟອມຕາມລະບຽບການຂອງແຕ່ລະທະນາຄານ.
-
ເລືອກທະນາຄານເພື່ອປະກອບເອກະສານກູ້ຢືມ.
-
ເປັນຕົວແທນໃຫ້ແກ່ລູກຄ້າ ໃນການຕິດຕໍ່ທະນາຄານ ເພື່ອດຳເນີນຂັ້ນຕອນການກູ້ຢືມ.
-
ເປັນຕົວແທນໃຫ້ແກ່ລູກຄ້າ ເຮັດວຽກກັບທະນາຄານເພື່ອອະທິບາຍເນື້ອໃນທີ່ກ່ຽວຂ້ອງກັບເງິນກູ້, ອະທິບາຍປະສິດທິພາບ ແລະ ຄວາມສາມາດ ໃນການຊຳລະໜີ້ຕາມແຜນການກູ້ຢືມ.
-
ໃຫ້ຄຳປຶກສາກ່ຽວກັບການເຊັນສັນຍາສິນເຊື່ອ, ສັນຍາຈຳນອງຊັບສິນ, ການກຳນົດໄລຍະກູ້ຢືມ ແລະ ໄລຍະການຊຳລະໜີ້ສິນ.
