ຊື້ຂາຍ ແລະ ການຄວບວິສາຫະກິດຢູ່ໃນປະເທດລາວ
ການຮ່ວມມື, M&A ແມ່ນຂະບວນການທີ່ບໍ່ອາດຫຼີກລ້ຽງໄດ້ຂອງທ່າອ່ຽງໂລກາພີວັດ. ນັ້ນແມ່ນເຫດຜົນທີ່ວາໃນມື້ນີ້ ການຮ່ວມມື M&A ເກີດຂື້ນຢ່າງກວ້າງຂວາງ. M&A ເພື່ອພັດທະນາສ່ວນແບ່ງຕະຫຼາດ, M&A ເພື່ອຂະຫຍາຍສາຂາທຸລະກິດ ຫຼື M&A ແມ່ນພຽງແຕ່ການຊື້ ແລະ ຂາຍຊັບສິນປະເພດໜື່ງ – ຄວາມເປັນເຈົ້າຂອງໃນທຸລະກິດ, M&A ຍັງສາມາດລວບລວມ.
ຢູ່ປະເທດລາວ, ຂະບວນການ M&A ຍັງບໍ່ທັນໄດ້ຮັບຄວາມມິຍົມ, ຍ້ອນນະໂຍບາຍຂອງລັດທີ່ຍັງຈໍາກັດບໍ່ໃຫ້ນັກລົງທຶນຕ່າງປະເທດຊື້ທຶນຄືນຈາກວິສາຫະກິດໃນລາວ. ເຖິງຢ່າງໃດກໍ່ຕາມ, ໄລຍະຈະມາເຖິງດ້ວຍທິດທາງລັດຖະບານເປີດກ້ວາງການຮ່ວມມື, ບັນດາການເຄື່ອນໄຫວ M&A ແນ່ນອນຈະເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຟົດຟື້ນ.
ຈຳນວນການເຄື່ອນໄຫວ M&A ທີ່ປະສົບຜົນສຳເລັດ ແລະ ລົ້ມເຫຼວແມ່ນເທົ່າກັນ. ນັ້ນສະແດງໃຫ້ເຫັນວ່າການດຳເນີນທຸລະກຳ M&A ມີຄວາມສ່ຽງຫຼາຍຢ່າງ ແລະ ບັນຫາທາງດ້ານກົດໝາຍທີ່ສັບສົນ.
GLAW LAOS ໃຫ້ຄໍາປຶກສາກັບລູກຄ້າເປັນປະຈໍາ ບົນພື້ນຖານບໍ່ຈຳກັດເຂດແດນ, ຊ່ວຍເຫຼືອທັງການລົງທືນຢູ່ຕ່າງປະເທດ ແລະ ການລົງທຶນທີ່ກ່ຽວຂ້ອງກັບລາວ. ພວກເຮົາມີປະສົບການໂດຍສະເພາະໃນການໃຫ້ຄໍາປຶກສາກ່ຽວກັບການເຮັດທຸລະກຳຮ່ວມມື M&A ໃນລາວ. ການບໍລິການທີ່ພວກເຮົາໃຫ້ບໍລິການປະກອບມີແຕ່ບໍ່ຈຳກັດຄືດັ່ງນີ້:
-
ຕີລາຄາທາງດ້ານກົດໝາຍຂອງຄູ່ຮ່ວມມືໃນຂໍ້ຕົກລົງຮ່ວມມື M&A
-
ຂັ້ນຕອນທາງດ້ານການກົດໝາຍທຸລະກຳ M&A
-
ການປັບໂຄງສ້າງພາຍຫຼັງ M&A
-
ມາດຕະການຕໍ່ຄວາມເປັນໄປໄດ້ຂອງການໄດ້ມາ, ຖືທຳລາຍ, ສູນເສຍສິດເປັນເຈົ້າຂອງ M&A
