ທີ່ປຶກສາດ້ານອາກອນ - ບັນຊີໃນປະເທດລາວ

ວິສາຫະກິດສ້າງຕັ້ງໃໜ່ ຕ້ອງການປະຢັດຕົ້ນທຶນໃນການສ້າງບຸກຄະລາກອນບັນຊີ ເພື່ອຕອບສະໜອງໃຫ້ສອດຄ່ອງກັບລະບຽບກົດໝາຍໃນລາວ ກ່ຽວກັບວຽກງານບັນຊີ. ບັນດາວິສາຫະກິດທີ່ມີລະບົບບັນຊີທີ່ມີບຸກຄະລາກອນແລ້ວມີຄວາມກັງວົນວ່າລະບົບບັນຊີຂອງຕົນຍັງມີຄວາມຜິດພາດຫຼາຍ, ເພີ່ມຄວາມສ່ຽງດ້ານພັນທະອາກອນ.

ພວກເຮົາທິມງານຜູ້ຊ່ຽວຊານດ້ານການບັນຊີ – ອາກອນຊ່ວຍໃຫ້ທຸລະກິດຫຼຸດຜ່ອນ ຫຼື ຍິ່ງໄປກວ່ານັ້ນສາມາດລົບລ້າງຄວາມສ່ຽງດ້ານອາກອນຈາກການກໍ່ສ້າງ ແລະການປະຕິບັດລະບົບບັນຊີທີ່ສົບບູນ.

ພວກເຮົາໃຫ້ບໍລິການລວມມີ:

  • ສຳລັບວິສາຫະກິດທີ່ສ້າງຕັ້ງໃໝ່, ພວກເຮົາສ້າງລະບົບ ແລະ ສະໜອງພະນັກງານບັນຊີ, ຫົວໜ້າບັນຊີໃນລາວ;

  • ສຳລັບວິສາຫະກິດທີ່ກຳລັງດຳເນີນໃນລາວທີ່ມີລະບົບບັນຊີຢູ່ແລ້ວ, ພວກເຮົາກວດຄືນ ແລະ ຊີ້ໃຫ້ເຫັນຈຸດອ່ອນຂອງບັນຊີໃນປະຈຸບັນ ແລະ ວິທີແກ້ໄຂ;

  • ອີງຕາມການຄາດຄະເນ ແລະ ບັນດາແຈ້ງການທີ່ຊີ້ໃຫ້ເຫັນຄວາມສ່ຽງຢ່າງທັນການກ່ຽວກັບອາກອນທີ່ເກີດຂື້ນໃນລາວ ຕາມລະບຽບການ;

  • ຜູ້ຕາງໜ້າເຮັດວຽກກັບເຈົ້າໜ້າທີ່ອາກອນຕາມການສະເໜີ

  • ລັງລວມ ແລະ ກະກຽມບົດລາຍງານການເງີນ ຫຼື ບົດລາຍງານການຄຸ້ມຄອງ

  • ກວດຄືນບົດລາຍງານການເງີນ

  • ອອກແບບ, ປະຕິບັດ ແລະ ຊ່ວຍເຫຼືອຄຸ້ມຄອງລະບົບບັນຊີ

  • ອອກແບບ, ປະຕິບັດ ແລະ ຊ່ວຍເຫຼືອລະບົບການກວດກາພາຍໃນ

  • ສະໜອງພະນັກງານບັນຊີ ແລະ ຫົວໜ້າບັນຊີ

  • ທີ່ປຶກສາລະບົບບັນຊີຄິດໄລ່ຄ່າໃຊ້ຈ່າຍ

  • ທີ່ປຶກສາລະບົບບັນຊີ

  • ໃຫ້ບໍລິການ ສ້າງລະບົບລົງບັນຊີ

  • ໃຫ້ບໍລິການຝຶກອົບຮົມບັນຊີຢູ່ວິສາຫະກິດ (ລວມທັງບັນຊີການເງີນ ແລະບັນຊີຄຸ້ມຄອງ)

  • ບໍລິການຄືນເງີນອາກອນ

  • ປຶກສາກໍລະນີຕ້ອງໄດ້ກວດສອບ ແລະ ແນະນຳຄູ່ຮ່ວມງານກວດສອບທີ່ມີຊື່ສຽງໃນລາວ